
ເມື່ອວັນທີ 31 ຕຸລາ 2025 ເວລາ 09.12 ໂມງ ເກີດອຸບັດຕິເຫດລົດຈັກລົ້ມບໍລິເວນແຄມທາງໜ້າຮ້ານ 7-Eleven ສາຂາ 60007 ໂພນສີນວນ ນາງ ເອື້ອຍແກ້ວ ແກ້ວອິນຄຳ ຜູ້ຈັດການຮ້ານ ແລະ ທ້າວ ຄຳແກ້ວ ແປງຈິນດາ ພະນັກງານຮ້ານ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຜູ້ໄດ້ຮັບບາດເຈັບ
ທັງສອງຄົນກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອ ໄດ້ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເບິ່ງແຍງສັງຄົມ ເປັນຕົວຢ່າງທີ່ດີ ເຮັດໃຫ້ລູກຄ້າປະທັບໃຈ ແລະ ເຊື່ອໝັ້ນໃນການບໍລິການເໜືອຄວາມຄາດໝາຍຂອງພະນັກງານ