7-Eleven ສາຂາທຳອິດໃນສະຖານີລົດໄຟຄວາມໄວສູງລາວ-ຈີນ ເປີດໃຫ້ບໍລິການແລ້ວ

ເມື່ອວັນທີ 10 ພະຈິກ 2025 ທ່ານ ທາຕຣີ ຈິລະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ພາຍໃຕ້ກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ໄດ້ຮ່ວມສະແດງຄວາມຍິນດີກັບ ທ່ານ ນາງ ທຸງໄກສອນ ຄຳມັງ ຜູ້ຮ່ວມທຸລະກິດຮ້ານ 7-Eleven ຄົນລາວ ໃນໂອກາດເປີດຮ້ານ 7-Eleven ສາຂາ 60023 LPB RAILWAY STATION ຢ່າງເປັນທາງການ ຖືເປັນຮ້ານ 7-Eleven ສາຂາທຳອິດທີ່ຕັ້ງຢູ່ພາຍໃນສະຖານີລົດໄຟຄວາມໄວສູງລາວ-ຈີນ ໂດຍຕັ້ງຢູ່ທີ່ສະຖານີຫຼວງພະບາງ ເຊິ່ງມີຈຸດແຂງໃນດ້ານການເຊື່ອມໂຍງຄົມມະນາຄົມຂົນສົ່ງຮອງຮັບນັກທ່ອງທ່ຽວໂດຍສະເພາະຢ່າງຍິ່ງຊ່ວງລະດູທ່ອງທ່ຽວທີ່ກຳລັງມາຮອດໃນຊ່ວງປາຍປີນີ້ ທີ່ຈະເປັນຊ່ວງເວລາທີ່ນັກທ່ອງທ່ຽວທັງໄທ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວ ສປປ ລາວ ໂດຍສະເພາະແຂວງຫຼວງພະບາງຈຳນວນຫຼາຍ

ກະຊວງອຸດສາຫະກຳ ແລະ ການຄ້າ ຈັບມື ຊີພີ ອໍລ໌ ລາວ ຊຸກຍູ້ໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ໌ ລາວ ຍົກລະດັບສິນຄ້າທ້ອງຖິ່ນທີ່ມີທ່າແຮງສູງໃຫ້ກ້າວສູ່ມາດຕະຖານສາກົນ ເພື່ອເພີ່ມໂອກາດສູ່ ຊ່ອງທາງຈຳໜ່າຍຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ແລະ ຕະຫຼາດຕ່າງປະເທດ ໃນວັນທີ 2 ກັນຍາ 2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີລົງນາມໃນບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ໂດຍ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ແລະ ກົມການຄ້າພາຍໃນ ໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມ ກັບ ບໍລິສັດ ຊີພີອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງມີ ທ່ານ ທາຕີ ຈິຣະບັນຈົງຈິດ Managing Director […]

7-Elevenສາຂາທໍາອິດໃນແຂວງຄໍາມ່ວນເປີດແລ້ວທີ່ເມືອງທ່າແຂກ ຍົກລະດັບພາກການທ່ອງທ່ຽວ ແລະ ບໍລິການໂດຍຄົນລາວເພື່ອຄົນລາວ

ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ, ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ຖືເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ຮ້ານ 7-Eleven ສາຂາບ້ານນາໂບ ຕັ້ງຢູ່ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງເປັນທາງການ. ເຊິ່ງຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຄໍາມ່ວນ ໂດຍມີບັນດາແຂກຜູ້ມີກຽດທີ່ມາຮ່ວມສະແດງຄວາມຍິນດີຢ່າງຄຶກຄື້ນ. ຮ້ານ 7-Eleven ສາຂານີ້ຕັ້ງຢູ່ທໍາເລຍຸດທະສາດຂອງເມືອງທ່າແຂກ, ລຽບແຄມແມ່ນ້ຳຂອງ ໃນພື້ນທີ່ໃຈກາງເມືອງທີ່ມີຄວາມຄຶກຄື້ນ, ເປັນສູນລວມໃນດ້ານທີ່ພັກ ແລະ ສູນລວມກິດຈະກໍາຍາມແລງຂອງບັນດາຜູ່ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ. ໂດຍເປັນຮ້ານທີ່ບໍລິຫານໂດຍ ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຊາວລາວ ອາຍຸ 46 ປີ ຜູ້ທີ່ມີປະສົບການໃນດ້ານທຸລະກິດອະສັງຫາລິມະຊັບ, ການບໍລິການ ແລະ ການທ່ອງທ່ຽວ ເປັນຢ່າງສູງ. ລວມທັງມີຄວາມຕັ້ງໃຈຈິງ​ທີ່ຈະ​​ຍົກ​ລະດັບ​ຂະ​ແໜງ​ການ​ບໍລິການ ​ເພື່ອ​ສະໜັບສະໜູນ​ອຸດສະຫະກໍາ​ການທ່ອງທ່ຽວ​ໃນທ້ອງ​ຖິ່ນ, ເພື່ອສ້າງ​ວຽກງານ, ອາຊີບ​ທັງທາງ​ກົງ ​ແລະ ທາງ​ອ້ອມ​ໃຫ້​ແກ່​ຊາວ​ລາວ. ທ່ານ ນາງ ເພັດດາວວີ ບຸດທະວົງ, ຜູ້ຮ່ວມທຸລະກິດຮ້ານ 7-Eleven […]

7-Eleven ລາວດັນກົນລະຍຸດ “3 ສ້າງ” – DNA ຄວາມດີ 24 ຊົ່ວໂມງ ຮ່ວມສ້າງສັງຄົມລາວຢ່າງຍືນຍົງ

ເມື່ອວັນທີ 21 ສິງຫາ 2025 ທີ່ໂຮງແຮມ souphattra ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມີການຈັດງານສຳມະນາວິຊາການດ້ານເສດຖະກິດ ຄັ້ງທີ 4 ໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ – ໄທ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໂຕຂອງໄທ – ສປປ ລາວ ຮ່ວມກັນຢ່າງຢັ້ງຢືນ” ໂດຍສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໂອກາດນີ້ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ(ມະຫາຊົນ) ໄດ້ໃຫ້ການຕ້ອນຮັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ […]

7-Eleven ສາຂາທຳອິດໃນແຂວງຫຼວງພະບາງໄດ້ເປີດຢ່າງເປັນທາງການແລ້ວ ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່ ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປ.ລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປະຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫຼ້າສຸດແມ່ນແຂວງຫຼວງພະບາງ. ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven […]

ເຊເວັ່ນ ອີເລຟເວັ່ນ​ ລາວ ສະໜັບ​ສະໜູນ​ໂຄງ​ການ “ສອນ​ນ້ອງ​ສ້າງ​ອອມ” ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ

ເມື່ອ​ວັນທີ 18 ກຸມພາ​ຜ່ານມາ ທ່ານ ຍານะ​ວຸ​ດ ຂາວສີ ຜູ້​ຈັດການທົ່ວໄປ ຝ່າຍ Store Operation (Laos) ຫນ່ວຍ​ງານ International ຂອງບໍລິສັດ ຊີ​ພີ ອໍລ໌ ຈຳ​ກັດ (ມະຫາ​ຊົນ) ເປັນຕົວ​ແທນ​ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ ໄດ້ສົ່ງ​ມອບ​ນ້ຳ​ດື່ມ 7 Select ໃຫ້​ກັບ​ຜູ້​ແທນ​ຄະນະ​ເສດຖະ​ສາດ ​ແລະ​ ບໍລິຫານ​ທຸລະກິດ ມະຫາ​ວິທະຍາໄລ​ແຫ່ງ​ຊາດ​ລາວ (National University of Laos) ເພື່ອ​ສະໜັບ​ສະໜູນ​ໂຄງ​ການ “ສອນ​ນ້ອງ​ສ້າງ​ອອມ ຄັ້ງ​ທີ 8” ຖື​ເປັນ​ສ່ວນຫນຶ່ງ​ໃນ​ຖານະ​ທີ່​ຮ້ານເຊເວັ່ນ ອີເລຟເວັ່ນ ເປັນ​ຮ້ານ​ສະ​ດວກ​ຊື້​ຄູ່​ຊຸມ​ຊົນ​ສັງຄົມ ຕາມ​ນະໂຍບາຍ​ຄວາມ​ຢັ່ງ​ຢືນ “ສ້າງ​ຊຸມ​ຊົນ​ອຸ່ນ​ໃຈ” ແລະ​ ປະ​ນິ​ທານ​ຂອງອົງກອນຈັດຕັ້ງ ນັ່ນຄື “Giving and Sharing” ຂອງ ຊີ​ພີ ອໍລ໌.

ເປີດແລ້ວ ເຊເວັ່ນ ອີເລຟເວັ່ນ ສາຂາທີ 10 ຢູ່ໃນ ສປປ ລາວ ພ້ອມຕ້ອນຮັບນັກທ່ອງທ່ຽວ ຂັບເຄື່ອນເສດຖະກິດລາວເຕີບໂຕໄປນຳກັນ.

ເມື່ອວັນທີ 25 ເດືອນພະຈິກຜ່ານມາ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງ ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງແລ້ວ ເຊິ່ງເປັນຮ້ານສາຂາທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມນະໂຍບາຍ ສ້າງງານ ສ້າງອາຊີບ ຂອງຊີພີ ອໍລ໌.  ພາຍໃນງານ ໄດ້ຮັບກຽດຈາກ ທ່ານນາງ ເພັດໄພລິນ ຈັນທະບູລີ ຜູ້ຮ່ວມທຸລະກິດ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງ, ແລະ ທ່ານ ທະນະດົນ ອ້ຽວສິວິກູນ ຜູ້ອຳນວຍການ ບໍລິສັດ ສະຕາຣ໌ ຣີເທລ ຈຳກັດ, ແລະ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມຊີພີ ອໍລ໌ ເຂົ້າຮ່ວມພິທີເປີດ.  ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະພານທອງແຫ່ງນີ້ ຕັ້ງຢູ່ໃກ້ກັບ ໂຮງໝໍທະຫານ 103 ຖືເປັນຮ້ານສາຂາທີ 10 ຢູ່ໃນ […]

ເຊ​ເວັ່ນ ອີເລຟເວັ່ນ ລາວ ຊຸກຢູ້​ສິນ​ຄ້າ​ທ້ອງ​ຖິ່ນ ​ສະແດງ​ສັກກະຍະ​ພາບ ​ໃນ​ກອງປະ​ຊຸມ​ສຸດ​ຢອດ​ອາ​ຊຽນ 

ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳ​ອາ​ຊຽນ ແລະ ​ກອງປະຊຸມ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ ຄັ້ງ​ທີ 44 ແລະ 45 (44th and 45th ASEAN Summits and Related Summits) ຢູ່ ນະຄອນ​ຫຼວງ​ວຽງ​ຈັນ​ ສ​ປປ ລາວ ໄດ້​ເລີ້ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ຕັ້ງ​ແຕ່​ວັນທີ 8 ຕຸລາ ທີ່​ຜ່ານມາ ຖື​ເປັນ​ເວ​ທີ​ລະ​ດັບ​ພາກພື້ນ​ທີ່​ສຳຄັນ ບໍ່​ພຽງ​ແຕ່​ເປັນ​ການລວມ​ຕົວ​ຂອງ​ຜູ້​ນຳ​ໃນພາກພື້ນ​ອາ​ຊຽນ ແຕ່​ຍັງມີ​ປະເທດ​ຄູ່​ເຈລະຈາ​ ທັງໝົດ​ກວ່າ 20 ປະເທດ ເຮັດໃຫ້​ບັນ​ຍາ​ກາດ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​​ເປັນ​ໄປ​ຢ່າງ​ຄຶກ​ຄັກ​ ຈາກ​ຜູ້​ມາ​ເຂົ້າ​ຮ່ວມ​ ທັງພາກລັດ, ເອກະ​ຊົນ, ສື່​ມວນ​ຊົນ ເຊິ່ງທາງ​ລັດຖະບານແຫ່ງ ສ​ປປ ລາວ ໄດ້​ຂໍ​ຄວາມ​ຮ່ວມ​ມື​ຈາກ​ປະຊາຊົນ ແລ​ະ ພາກ​ສ່ວນ​ຕ່າງ​ໆພ້ອມ​ໃຈ​ກັນ​ຮ່ວມ​ເປັນ​ເຈົ້າ​ບ້ານ​ທີ່​ດີ ​ເພື່ອ​ໃຫ້​ພາລະ​ກິດ​ຄັ້ງນີ້​ສຳ​ເລັດ​ລຸ​ລ່ວງ ສ້າງ​ຄວາມ​ປະ​ທັບ ແລະ ​ເປັນ​ພາ​ບລັກ​​ທີ່​ດີ​ຂອງ​ປະເທດ.  ໂອ​ກາດ​ນີ້ ເຊ​ເວັ່ນ ອີເລຟເວັ່ນ ລາວ ພາຍໃຕ້​ການ​ບໍລິຫານ​ຂອງ ​ບໍລິສັດ ຊີ​ພີ ອໍລ໌ ລາວ ຈຳ​ກັດ […]

1 2 4