
ເມື່ອວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຜູ້ແທນກົມສົ່ງເສີມຈຸນລະວິສາຫະກິດນ້ອຍ ແລະ ກາງ ແລະ ທ່ານ ນາງ ສົມຍາ ລັດສະໝີ Managing Diractor ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ, ຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ ໄດ້ຮ່ວມເປັນກຽດໃນພິທີເປີດກອງປະຊຸມເຜີຍແຜ່ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ
ໂດຍຜູ້ເຂົ້າຮ່ວມມີໂອກາດໄດ້ຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫຼ່ງທຶນສໍາຫຼັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫຼາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງຂອງຜູ້ປະກອບການທີ່ເປັນຄູ່ຄ້າຂອງ 7-Eleven ປະສົບຄວາມສໍາເລັດອີກດ້ວຍ
ກິດຈະກໍານີ້, ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫຼາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ແລະສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ “ເພື່ອປະເທດ ປະຊາຊົນ ແລະ ອົງກອນ” ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ໌ ຢຶດໝັ້ນມາຕະຫຼອດ ໂດຍສະເພາະການສ້າງອາຊີບຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດເປີດໃຫ້ບໍລິການເມື່ອປີ 2023.








