
ເມື່ອວັນທີ 10 ພະຈິກ 2025 ທ່ານ ທາຕຣີ ຈິລະບັນຈົງຈິດ Managing Director ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ພາຍໃຕ້ກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ໄດ້ຮ່ວມສະແດງຄວາມຍິນດີກັບ ທ່ານ ນາງ ທຸງໄກສອນ ຄຳມັງ ຜູ້ຮ່ວມທຸລະກິດຮ້ານ 7-Eleven ຄົນລາວ ໃນໂອກາດເປີດຮ້ານ 7-Eleven ສາຂາ 60023 LPB RAILWAY STATION ຢ່າງເປັນທາງການ ຖືເປັນຮ້ານ 7-Eleven ສາຂາທຳອິດທີ່ຕັ້ງຢູ່ພາຍໃນສະຖານີລົດໄຟຄວາມໄວສູງລາວ-ຈີນ ໂດຍຕັ້ງຢູ່ທີ່ສະຖານີຫຼວງພະບາງ ເຊິ່ງມີຈຸດແຂງໃນດ້ານການເຊື່ອມໂຍງຄົມມະນາຄົມຂົນສົ່ງຮອງຮັບນັກທ່ອງທ່ຽວໂດຍສະເພາະຢ່າງຍິ່ງຊ່ວງລະດູທ່ອງທ່ຽວທີ່ກຳລັງມາຮອດໃນຊ່ວງປາຍປີນີ້ ທີ່ຈະເປັນຊ່ວງເວລາທີ່ນັກທ່ອງທ່ຽວທັງໄທ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວ ສປປ ລາວ ໂດຍສະເພາະແຂວງຫຼວງພະບາງຈຳນວນຫຼາຍ





