ຊົມເຊີຍຄວາມຊື່ສັດ ພະນັກງານເຊເວັ່ນ ສປປ.ລາວ ເກັບກະເປົາຂອງລູກຄ້າ ແລະ ປະສານງານສົ່ງຄືນ

ເຫດການນີ້ເກີດຂຶ້ນຊ່ວງເວລາປະມານ 21:00–22:00 ໂມງ ໃນຂະນະນັ້ນ ນ້ອງ ສາຍນ້ຳ ສີອຳພອນ  ກຳລັງເຮັດຄວາມສະອາດພາຍໃນຮ້ານ ເລີຍພົບເຫັນກະເປົາຂອງລູກຄ້າວາງຢູ່ໂຕະນັ່ງຮັບປະທານອາຫານ ຈຶ່ງໄດ້ນຳກະເປົາໄປເກັບໄວ້ທີ່ເຄົາເຕີ້ແຄັດເຊຍ ແລະ ແຈ້ງໃຫ້ຜູ້ຊ່ວຍຜູ້ຈັດການຮ້ານຮັບຊາບ. ຕໍ່ມາ ນ້ອງ ລັດຕະນະພົນ ລາຊາສົມບັດ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ກວດສອບຂໍ້ມູນຕິດຕໍ່ທີ່ຢູ່ພາຍໃນກະເປົາ ແລະ ພະຍາຍາມຕິດຕໍ່ເຈົ້າຂອງ ຈົນສາມາດຕິດຕໍ່ໄດ້ສຳເລັດ ເຮັດໃຫ້ລູກຄ້າຮູ້ວ່າຕົນເອງໄດ້ລືມກະເປົາໄວ້ທີ່ຮ້ານ ແລະ ໄດ້ເດີນທາງມາຮັບກະເປົາຄືນໃນເວລາ 00:30 ໂມງ ຂອງວັນທີ 13 ກໍລະກົດ 2026 ພ້ອມກ່າວຂອບໃຈພະນັກງານທີ່ຊ່ວຍເກັບຮັກສາ ແລະ ປະສານຕິດຕໍ່ຈົນໄດ້ຮັບຊັບສິນຄືນຄົບຖ້ວນ. ນ້ອງ ສາຍນ້ຳ ບອກວ່າ ຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ໄດ້ມີໂອກາດຊ່ວຍເຫຼືອລູກຄ້າ ພ້ອມທັງພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການເຮັດຄວາມດີ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ. ເລື່ອງນີ້ສະທ້ອນໃຫ້ເຫັນເຖິງ DNA ຄວາມດີ 24 ຊົ່ວໂມງ ທີ່ CP ALL Laos ສົ່ງເສີມ ເເລະ ສະໜັບສະໜູນໃຫ້ພະນັກງານທຸກຄົນມີຄວາມຊື່ສັດ ແລະ […]

ຊົມເຊີຍຄວາມຊື່ສັດ ພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບຂອງລູກຄ້າຄົນຈີນ ແລະ ສົ່ງຄືນເຈົ້າຂອງສຳເລັດ ສ້າງຄວາມປະທັບໃຈ

ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTT TONPHET NAMSOK (60024) ເມື່ອລູກຄ້າຄົນຈີນເຂົ້າມາໃຊ້ບໍລິການ ແລະ ໄດ້ເຮັດໂທລະສັບຕົກບໍລິເວນໜ້າເຄົາເຕີ້ແຄັດເຊຍໂດຍບໍ່ຮູ້ໂຕ. ໃນຂະນະນັ້ນ ນ້ອງ ສິດທິພອນ ບຸນມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ສັງເກດເຫັນໂທລະສັບທີ່ຕົກຢູ່ ຈຶ່ງເກັບຮັກສາໄວ້ ແລະ ແຈ້ງໃຫ້ຜູ້ຈັດການຮ້ານ ທ່ານ ສຸພາພອນ ໄຊຍະວົງ ຮັບຊາບ. ກ່ອນຊ່ວຍກັນກວດສອບ ແລະ ຊອກຫາເຈົ້າຂອງພາຍໃນຮ້ານ ແຕ່ບໍ່ພົບ ຈຶ່ງເກັບຮັກສາໄວ້ຫຼັງເຄົາເຕີ້ ເພື່ອລໍຖ້າລູກຄ້າມາຮັບຄືນ. ຜ່ານໄປບໍ່ດົນລູກຄ້າຄົນຈີນໄດ້ກັບມາສອບຖາມຫາໂທລະສັບ ພະນັກງານຈຶ່ງກວດສອບຄວາມເປັນເຈົ້າຂອງເເລະສົ່ງຄືນໃຫ້ທັນທີສ້າງຄວາມປະທັບໃຈໃຫ້ກັບລູກຄ້າເປັນຢ່າງຍິ່ງ ນ້ອງ ສິດທິພອນລະບຸວ່າ ຮູ້ສຶກຍິນດີທີ່ໄດ້ຊ່ວຍເຫຼືອເພາະຊັບສິນລັກສະນະເເບບນີ້ມີຄວາມສຳຄັນກັບເຈົ້າຂອງ ເເລະຕ້ອງການໃຫ້ລູກຄ້າໄດ້ຮັບຄືນໄວທີ່ສຸດ ເຫດການຄັ້ງນີ້ສະທ້ອນເຖິງຄວາມໃສ່ໃຈໃນການເຮັດວຽກເເລະການຍຶດໝັ້ນໃນການເຮັດຄວາມດີ ເຊິ່ງສອດຄ້ອງກັບເເນວຄິດ DNA ຄວາມດີ 24 ຊົ່ວໂມງ ທີ່ເກີດຂຶ້ນໄດ້ໃນທຸກຊ່ວງເວລາຂອງການໃຫ້ບໍລິການ ການກະທຳນ້ອຍໆແຕ່ເຕັມໄປດ້ວຍຄວາມຮັບຜິດຊອບໃນຄັ້ງນີ້ຊ່ວຍຍໍ້າພາບລັກຂອງຮ້ານທີ່ເປັນທີ່ເພິ່ງຂອງຊຸມຊົນ ເເລະສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າໄດ້ຢ່າງເປັນຮູບປະທຳ.

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ບໍ່ລັງເລທີ່ຈະເຂົ້າຊ່ວຍເຫຼືອອຸບັດຕິເຫດ

ເມື່ອວັນທີ 31 ຕຸລາ 2025 ເວລາ 09.12 ໂມງ ເກີດອຸບັດຕິເຫດລົດຈັກລົ້ມບໍລິເວນແຄມທາງໜ້າຮ້ານ 7-Eleven ສາຂາ 60007 ໂພນສີນວນ ນາງ ເອື້ອຍແກ້ວ ແກ້ວອິນຄຳ ຜູ້ຈັດການຮ້ານ ແລະ ທ້າວ ຄຳແກ້ວ ແປງຈິນດາ ພະນັກງານຮ້ານ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຜູ້ໄດ້ຮັບບາດເຈັບ ທັງສອງຄົນກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອ ໄດ້ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເບິ່ງແຍງສັງຄົມ ເປັນຕົວຢ່າງທີ່ດີ ເຮັດໃຫ້ລູກຄ້າປະທັບໃຈ ແລະ ເຊື່ອໝັ້ນໃນການບໍລິການເໜືອຄວາມຄາດໝາຍຂອງພະນັກງານ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍປະຖົມພະຍາບານອຸບັດຕິເຫດລົດຈັກລົ້ມ

ເມື່ອວັນທີ 8 ຕຸລາ 2025 ເວລາ 01.40 ໂມງ ພະນັກງານຮ້ານ 7-Eleven ສາຂາ 60002 KAMPHAENGMUEANG ໃນນະຄອນຫຼວງວຽງຈັນ ໄດ້ແກ່ ທ້າວ ສຸລິສັກ ແກ້ວເມືອງທະນົງ (ໂຈອີ້) ຜູ້ຊ່ວຍຜູ້ຈັດການຮ້ານ ທ້າວ ສຸລິເດດ ລາດຊູວົງ (ຕ້ອມ) ພະນັກງານຮ້ານ ແລະ ທ້າວ ເອເທນ ສີສຳລານ (ກີຕ້າ) ພະນັກງານຮ້ານ ກຳລັງປະຕິບັດໜ້າທີ່ຢູ່ພາຍໃນຮ້ານ ໄດ້ເກີດອຸບັດຕິເຫດລົດໃຫຍ່ຕັດໜ້າລົດຈັກຈົນລົ້ມ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ ໝົດສະຕິ ທັ້ງ 3 ຄົນ ຈຶ່ງຟ້າວເຂົ້າໄປປະຖົມພະຍາບານເບື້ອງຕົ້ນ ຈົນໜ່ວຍກູ້ໄພມາຮອດ ນ້ອງໆກ່າວວ່າ ຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ຊ່ວຍຜູ້ບາດເຈັບ ແລະ ດີໃຈຫຼາຍທີ່ໄດ້ທຳຄວາມດີ ໄດ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບ iPad ສົ່ງຄືນລູກຄ້າຄົນຕ່າງປະເທດ

ເມື່ອວັນທີ 8 ຕຸລາ 2025 ເວລາປະມານ 10.56 ໂມງ ນາງ ລັດຕິຍາກອນ ອຸປຣາວັນ (ນ້ອງແອງຈີ້) ຜູ້ຊ່ວຍຜູ້ຈັດການຮ້ານ 7-Eleven ສາຂາ 60014 LPB PHOSY ກຳລັງປະຕິບັດໜ້າທີ່ ແລ້ວໄດ້ພົບເຫັນ iPad ທີ່ລູກຄ້າວາງລືມໄວ້ບໍລິເວນເຄົາເຕີ້ເຄື່ອງດື່ມ ຈຶ່ງນຳມາຝາກໄວ້ກັບຜູ້ຈັດການຮ້ານເກັບຮັກສາແລະກວດສອບຫາເຈົ້າຂອງ ຕໍ່ມາລູກຄ້າຄົນຕ່າງປະເທດໄດ້ເຂົ້າມາຊອກຫາ ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງ ນ້ອງແອງຈີ້ກ່າວວ່າ ດີໃຈທີ່ໄດ້ທຳຄວາມດີ ໄດ້ຊ່ວຍເຫຼືອລູກຄ້າ ເປັນສ່ວນໜຶ່ງໃນອົງກອນໃນການຊ່ວຍເຫຼືອສັງຄົມ ເພື່ອເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານ ເຮັດໃຫ້ລູກຄ້າເຊື່ອໝັ້ນໃນການບໍລິການຂອງ 7-Eleven

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບຄືນລູກຄ້າ

ເມື່ອວັນທີ 17 ສິງຫາ 2025 ເວລາ 13.10 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈໍາປາສັກ ແລະເຮັດໂທລະສັບມືຖືເຮ່ຍ ບໍລິເວນເຄົາເຕີຊຳລະເງິນ ທ້າວ ໄຊລຸ້ງ ຄຳວົງສີ ຜູ້ຊ່ວຍຜູ້ຈັດການຮ້ານພົບເຂົ້າຈຶ່ງເກັບຮັກສາເອົາໄວ້ ຕໍ່ມາລູກຄ້າໄດ້ເຂົ້າໄປຮັບຄືນຮຽບຮ້ອຍ ທ້າວ ໄຊລຸ້ງ ກ່າວວ່າ ໃນຖານະພະນັກງານ 7-Eleven ຕົນເອງເຕັມໃຈຊ່ວຍເຫຼືອລູກຄ້າ ແລະສົ່ງມອບບໍລິການດີໆໃຫ້ລູກຄ້າສະເໝີ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບມືຖືສົ່ງຄືນລູກຄ້າ

ເມື່ອວັນທີ 9 ສິງຫາ 2025 ເວລາ 18.30 ໂມງ ລູກຄ້າເຂົ້າມາໃຊ້ບໍລິການທີ່ຮ້ານ 7-Eleven ສາຂາ 60004 Bansanamxay ນະຄອນປາກເຊ ແຂວງ ຈຳປາສັກ ແລ້ວລືມໂທລະສັບມືຖືໄວ້ບໍລິເວນເຄົາເຕີຊຳລະເງິນ ນາງ ສຸກສະໝອນ ສຸວັນນະຈັກ ພະນັກງານຮ້ານຈຶ່ງເກັບເອົາໄວ້ໃຫ້ ຕໍ່ມາລູກຄ້າໂທກັບເຂົ້າມາແລະຮູ້ວ່າໂທລະສັບຢູ່ທີ່ຮ້ານ ຈຶ່ງເຂົ້າມາຮັບຄືນເປັນທີ່ຮຽບຮ້ອຍ

ຊື່ນຊົມນ້ອງພະນັກງານເຊເວັ່ນ ສປປ ລາວ ຊ່ວຍປະຖົມພະຍາບານຜູ້ບາດເຈັບອຸປະຕິເຫດລົດຕຳກັນ

ເມື່ອວັນທີ 21 ພຶດສະພາ 2025 ເວລາປະມານ 13.20 ໂມງ. ເກີດອຸປະຕິເຫດລົດໃຫຍ່ຕຳກັບລົກຈັກໃກ້ໆຮ້ານ 7-Eleven ສາຂາ ຕະຫຼາດເຂດ ມໍຊໍ ດົງໂດກ ນະຄອນຫຼວງວຽງຈັນ ນ້ອງພະນັກງານ 3 ຄົນ ໄດ້ແກ່ ນາງ ສຸລິສາ ສຸລິເວດ ຜູ້ຈັດການຮ້ານ ນາງ ວາດສະໜາ ທອງມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ແລະ ນາງ ສຸນິຕາ ສິງຫາ ຜູ້ຊ່ວຍຜູ້ຈັດການຮ້ານ ຈຶ່ງໄດ້ຮີບເຂົ້າໄປຊ່ວຍເຫຼືອປະຖົມພະຍາບານຜູ້ໄດ້ຮັບບາດເຈັບເບື້ອງຕົ້ນ ລະຫວ່າງລໍຖ້າເຈົ້າໜ້າທີ່ກູ້ໄພມາເຖິງ ນ້ອງໆ ກ່າວວ່າ ຮູ້ສຶກດີໃຈຫຼາຍທີ່ໄດ້ທຳຄວາມດີ ແລະ ໄດ້ເປັນແບບຢ່າງທີ່ດີໃຫ້ກັບເພື່ອນພະນັກງານທຸກຄົນ ແລະ ໂລ່ງໃຈຫຼາຍ ທີ່ຜູ້ປະສົບອຸປະຕິເຫດປອດໄພດີ ນີ້ເປັນອີກໜຶ່ງ DNA ຄວາມດີ 24 ຊົ່ວໂມງ ຂອງພວກເຮົາຊາວ ຊີພີ ອໍລ໌ ລາວ

1 2