ຊົມເຊີຍຄວາມຊື່ສັດ ພະນັກງານເຊເວັ່ນ ສປປ ລາວ ເກັບໂທລະສັບຂອງລູກຄ້າຄົນຈີນ ແລະ ສົ່ງຄືນເຈົ້າຂອງສຳເລັດ ສ້າງຄວາມປະທັບໃຈ


ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTT TONPHET NAMSOK (60024) ເມື່ອລູກຄ້າຄົນຈີນເຂົ້າມາໃຊ້ບໍລິການ ແລະ ໄດ້ເຮັດໂທລະສັບຕົກບໍລິເວນໜ້າເຄົາເຕີ້ແຄັດເຊຍໂດຍບໍ່ຮູ້ໂຕ.

ໃນຂະນະນັ້ນ ນ້ອງ ສິດທິພອນ ບຸນມະນີ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ສັງເກດເຫັນໂທລະສັບທີ່ຕົກຢູ່ ຈຶ່ງເກັບຮັກສາໄວ້ ແລະ ແຈ້ງໃຫ້ຜູ້ຈັດການຮ້ານ ທ່ານ ສຸພາພອນ ໄຊຍະວົງ ຮັບຊາບ. ກ່ອນຊ່ວຍກັນກວດສອບ ແລະ ຊອກຫາເຈົ້າຂອງພາຍໃນຮ້ານ ແຕ່ບໍ່ພົບ ຈຶ່ງເກັບຮັກສາໄວ້ຫຼັງເຄົາເຕີ້ ເພື່ອລໍຖ້າລູກຄ້າມາຮັບຄືນ.

ຜ່ານໄປບໍ່ດົນລູກຄ້າຄົນຈີນໄດ້ກັບມາສອບຖາມຫາໂທລະສັບ ພະນັກງານຈຶ່ງກວດສອບຄວາມເປັນເຈົ້າຂອງເເລະສົ່ງຄືນໃຫ້ທັນທີສ້າງຄວາມປະທັບໃຈໃຫ້ກັບລູກຄ້າເປັນຢ່າງຍິ່ງ

ນ້ອງ ສິດທິພອນລະບຸວ່າ ຮູ້ສຶກຍິນດີທີ່ໄດ້ຊ່ວຍເຫຼືອເພາະຊັບສິນລັກສະນະເເບບນີ້ມີຄວາມສຳຄັນກັບເຈົ້າຂອງ ເເລະຕ້ອງການໃຫ້ລູກຄ້າໄດ້ຮັບຄືນໄວທີ່ສຸດ ເຫດການຄັ້ງນີ້ສະທ້ອນເຖິງຄວາມໃສ່ໃຈໃນການເຮັດວຽກເເລະການຍຶດໝັ້ນໃນການເຮັດຄວາມດີ ເຊິ່ງສອດຄ້ອງກັບເເນວຄິດ DNA ຄວາມດີ 24 ຊົ່ວໂມງ ທີ່ເກີດຂຶ້ນໄດ້ໃນທຸກຊ່ວງເວລາຂອງການໃຫ້ບໍລິການ

ການກະທຳນ້ອຍໆແຕ່ເຕັມໄປດ້ວຍຄວາມຮັບຜິດຊອບໃນຄັ້ງນີ້ຊ່ວຍຍໍ້າພາບລັກຂອງຮ້ານທີ່ເປັນທີ່ເພິ່ງຂອງຊຸມຊົນ ເເລະສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າໄດ້ຢ່າງເປັນຮູບປະທຳ.