ຊົມເຊີຍຄວາມຊື່ສັດ ພະນັກງານເຊເວັ່ນ ສປປ.ລາວ ເກັບກະເປົາຂອງລູກຄ້າ ແລະ ປະສານງານສົ່ງຄືນ


ເຫດການນີ້ເກີດຂຶ້ນຊ່ວງເວລາປະມານ 21:00–22:00 ໂມງ ໃນຂະນະນັ້ນ ນ້ອງ ສາຍນ້ຳ ສີອຳພອນ  ກຳລັງເຮັດຄວາມສະອາດພາຍໃນຮ້ານ ເລີຍພົບເຫັນກະເປົາຂອງລູກຄ້າວາງຢູ່ໂຕະນັ່ງຮັບປະທານອາຫານ ຈຶ່ງໄດ້ນຳກະເປົາໄປເກັບໄວ້ທີ່ເຄົາເຕີ້ແຄັດເຊຍ ແລະ ແຈ້ງໃຫ້ຜູ້ຊ່ວຍຜູ້ຈັດການຮ້ານຮັບຊາບ.

ຕໍ່ມາ ນ້ອງ ລັດຕະນະພົນ ລາຊາສົມບັດ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ກວດສອບຂໍ້ມູນຕິດຕໍ່ທີ່ຢູ່ພາຍໃນກະເປົາ ແລະ ພະຍາຍາມຕິດຕໍ່ເຈົ້າຂອງ ຈົນສາມາດຕິດຕໍ່ໄດ້ສຳເລັດ ເຮັດໃຫ້ລູກຄ້າຮູ້ວ່າຕົນເອງໄດ້ລືມກະເປົາໄວ້ທີ່ຮ້ານ ແລະ ໄດ້ເດີນທາງມາຮັບກະເປົາຄືນໃນເວລາ 00:30 ໂມງ ຂອງວັນທີ 13 ກໍລະກົດ 2026 ພ້ອມກ່າວຂອບໃຈພະນັກງານທີ່ຊ່ວຍເກັບຮັກສາ ແລະ ປະສານຕິດຕໍ່ຈົນໄດ້ຮັບຊັບສິນຄືນຄົບຖ້ວນ.

ນ້ອງ ສາຍນ້ຳ ບອກວ່າ ຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ໄດ້ມີໂອກາດຊ່ວຍເຫຼືອລູກຄ້າ ພ້ອມທັງພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການເຮັດຄວາມດີ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ.

ເລື່ອງນີ້ສະທ້ອນໃຫ້ເຫັນເຖິງ DNA ຄວາມດີ 24 ຊົ່ວໂມງ ທີ່ CP ALL Laos ສົ່ງເສີມ ເເລະ ສະໜັບສະໜູນໃຫ້ພະນັກງານທຸກຄົນມີຄວາມຊື່ສັດ ແລະ ໃສ່ໃຈໃນການບໍລິການ. ເຫດການຄັ້ງນີ້ນັບເປັນອີກໜຶ່ງຕົວຢ່າງທີ່ສະແດງໃຫ້ເຫັນວ່າພະນັກງານ ເຊເວັ່ນ ອີເລຟເວັ່ນ ສປປ ລາວ ພ້ອມຊ່ວຍເຫຼືອລູກຄ້າ ຈົນສາມາດສົ່ງຄືນຊັບສິນເຖິງມືເຈົ້າຂອງໄດ້ສຳເລັດ ສະທ້ອນເຖິງການເປັນທີ່ເພິ່ງຂອງຊຸມຊົນຂອງຮ້ານເຊເວັ່ນ ອີເລຟເວັ່ນໄດ້ເປັນຢ່າງດີ ໄດ້ເປັນຢ່າງດີ.