ເຫດການນີ້ເກີດຂຶ້ນຊ່ວງເວລາປະມານ 21:00–22:00 ໂມງ ໃນຂະນະນັ້ນ ນ້ອງ ສາຍນ້ຳ ສີອຳພອນ ກຳລັງເຮັດຄວາມສະອາດພາຍໃນຮ້ານ ເລີຍພົບເຫັນກະເປົາຂອງລູກຄ້າວາງຢູ່ໂຕະນັ່ງຮັບປະທານອາຫານ ຈຶ່ງໄດ້ນຳກະເປົາໄປເກັບໄວ້ທີ່ເຄົາເຕີ້ແຄັດເຊຍ ແລະ ແຈ້ງໃຫ້ຜູ້ຊ່ວຍຜູ້ຈັດການຮ້ານຮັບຊາບ. ຕໍ່ມາ ນ້ອງ ລັດຕະນະພົນ ລາຊາສົມບັດ ຜູ້ຊ່ວຍຜູ້ຈັດການຮ້ານ ໄດ້ກວດສອບຂໍ້ມູນຕິດຕໍ່ທີ່ຢູ່ພາຍໃນກະເປົາ ແລະ ພະຍາຍາມຕິດຕໍ່ເຈົ້າຂອງ ຈົນສາມາດຕິດຕໍ່ໄດ້ສຳເລັດ ເຮັດໃຫ້ລູກຄ້າຮູ້ວ່າຕົນເອງໄດ້ລືມກະເປົາໄວ້ທີ່ຮ້ານ ແລະ ໄດ້ເດີນທາງມາຮັບກະເປົາຄືນໃນເວລາ 00:30 ໂມງ ຂອງວັນທີ 13 ກໍລະກົດ 2026 ພ້ອມກ່າວຂອບໃຈພະນັກງານທີ່ຊ່ວຍເກັບຮັກສາ ແລະ ປະສານຕິດຕໍ່ຈົນໄດ້ຮັບຊັບສິນຄືນຄົບຖ້ວນ. ນ້ອງ ສາຍນ້ຳ ບອກວ່າ ຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ໄດ້ມີໂອກາດຊ່ວຍເຫຼືອລູກຄ້າ ພ້ອມທັງພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການເຮັດຄວາມດີ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ. ເລື່ອງນີ້ສະທ້ອນໃຫ້ເຫັນເຖິງ DNA ຄວາມດີ 24 ຊົ່ວໂມງ ທີ່ CP ALL Laos ສົ່ງເສີມ ເເລະ ສະໜັບສະໜູນໃຫ້ພະນັກງານທຸກຄົນມີຄວາມຊື່ສັດ ແລະ […]