ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາ VTE Railway Station (60037) ສປປ. ລາວ ມີລູກຄ້າລືມພາສປອດ ແລະ ປີ້ລົດໄຟໄວ້ບໍລິເວນໜ້າເຄົາເຕີ້ພາຍໃນຮ້ານ ນ້ອງຈັນທະລາ ພັນນາມວງ ຜູ້ຈັດການຮ້ານ ໃນຂະນະປະຕິບັດໜ້າທີ່ ໄດ້ສັງເກດເຫັນພາສປອດ ແລະ ປີ້ລົດໄຟວາງຢູ່ໂດຍບໍ່ມີເຈົ້າຂອງສະແດງຕົວ. ຈຶ່ງຮີບນຳເອກະສານດັ່ງກ່າວໄປຝາກໄວ້ທີ່ຈຸດປະຊາສຳພັນຂອງສະຖານີລົດໄຟ ເພື່ອໃຫ້ສາມາດຕິດຕາມຫາລູກຄ້າໄດ້ຢ່າງວ່ອງໄວ ແລະ ປ້ອງກັນເອກະສານສຳຄັນສູນຫາຍ. ຕໍ່ມາ ລູກຄ້າຊາວຈີນໄດ້ຮູ້ຕົວວ່າຕົນເອງລືມເອກະສານສຳຄັນໄວ້ ຈຶ່ງໄດ້ເຂົ້າມາສອບຖາມທີ່ສະຖານີລົດໄຟ ແລະ ກ່ອນໄດ້ຮັບແຈ້ງວ່າພາສປອດ ແລະ ປີ້ລົດໄຟຖືກເກັບຮັກສາໄວ້ຢ່າງປອດໄພ. ເຮັດໃຫ້ລູກຄ້າສາມາດຮັບເອກະສານຄືນໄດ້ທັນເວລາກ່ອນອອກເດີນທາງ. ລູກຄ້າຮູ້ສຶກໂລ່ງໃຈ ແລະ ດີໃຈເປັນຢ່າງຍິ່ງ ພ້ອມກ່າວຂອບໃຈພະນັກງານທີ່ຊ່ວຍເກັບຮັກສາ ແລະ ປະສານງານສົ່ງຄືນໃຫ້. ເນື່ອງຈາກພາສປອດເປັນເອກະສານສຳຄັນທີ່ຈຳເປັນຕໍ່ການເດີນທາງ ແລະ ຖ້າເກີດການສູນຫາຍ ອາດຕ້ອງໃຊ້ເວລາໃນການດຳເນີນຫຼາຍຂັ້ນຕອນກ່ອນຈະສາມາດເດີນທາງຕໍ່ໄດ້. ນ້ອງຈັນທະລາ ພັນນາມວງ ກ່າວວ່າ ພະນັກງານທຸກຄົນຕັ້ງໃຈຊ່ວຍເຫຼືອລູກຄ້າຢ່າງເຕັມທີ່ ເພາະເຂົ້າໃຈດີວ່າພາສປອດເປັນເອກະສານສຳຄັນ ໂດຍສະເພາະສຳລັບຜູ້ທີ່ກຳລັງເດີນທາງ. ການໄດ້ເຫັນລູກຄ້າໄດ້ຮັບເອກະສານຄືນ ແລະ ສາມາດເດີນທາງຕໍ່ໄດ້ຢ່າງສະບາຍໃຈ ເຮັດໃຫ້ຮູ້ສຶກຍິນດີເປັນຢ່າງຍິ່ງ. ພ້ອມທັງຢໍ້າວ່າ ການຊ່ວຍເຫຼືອຜູ້ອື່ນແມ່ນສິ່ງທີ່ພະນັກງານໃນຮ້ານຍິນດີເຮັດຢູ່ສະເໝີ. ເຫດການໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມໃສ່ໃຈ […]